|
ຂ່າວຫຼ້າສຸດ
ໃນຕອນແລງຂອງວັນອາທິດ ທີ 16 ມີນາ 2008 ທີ່ຜ່ານມາຮ້ານ ເອັມ-ພອຍມາກ ຂອງພວກເຮົາໄດ້ເລີກເປີດພິທີ ຢ່າງເປັນທາງການ ທີ່ສາຂາດົງປ່າລານ ໂດຍການເປັນປະທານ ຕັດລິບບິ້ນແມ່ນ ທ່ານນາງ ດາລາ ກັນລະຍາ ແລະ ຜູ້ກ່າວເປີດງານແມ່ນທ່ານ ພົງປະເສີດ ກັນລະຍາ ຜູ້ອຳນວຍການ ເອັມພອຍມາກ ຮ່ວມສະແດງຄວາມຍິນດີ ໃຫ້ແກ່ງານຂອງພວກເຮົາ ຮວມມີແຂງຮັບເຊີນຜູ້ມີກຽດ ຍາດຕິມິດສະຫາຍ ສື່ມວນຊົນຈາກຫຼາຍສຳນັກພິມ ທີ່ເຂົ້າມາຕິດຕາມຂ່າວ ພ້ອມດວ້ຍລູກຄ້າ ທີ່ເຂົ້າມາອຸດຫນູນຢ່າງຫຼວງຫຼາຍ ບັນຍາກາດ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ເພາະໄດ້ມີການສະແດງ ຈາກສູນພັດທະນາເດັກ ການຮ່ວມຫຼິ້ນເກມຊິງຂອງລາງວັນບົນເວທີ ແລະ ທີ່ສຳຄັນ ແມ່ນ ການ ສະແດງດົນຕີ ຈາກຄ້າຍ ອິນດີ້ ເຣັກຂອດ ເຊິ່ງນຳໂດຍ ສີລະປິນທີ່ກຳລັງມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມ ຈາກໄວລຸ້ນບ້ານເຮົາເຊັ່ນ ວົງ ແຊວ ແຊມ ແລະ ນາລິນ
|