|
ຂໍ້ມູນແນະນຳທົ່ວໄປ
ເອັມ-ພອຍມາກ ແມ່ນ ທຸລະກິດ ດ້ານຂະແໜງການການຄ້າ ເປັນຮ້ານສິນຄ້າສະດວກຊື້ ເປີດບໍລິການໃນຫຼາຍສາຂາກະຈາຍ ຕາມເຂດຊຸມຊົນເມືອງ ພາຍໃນນະຄອນຫຼວງວຽງຈັນ, ສິນຄ້າຂອງພວກເຮົາ ມີທັງເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງໃຊ້ສອຍທີ່ຈຳເປັນໃນຊີວິດປະຈຳວັນ ພ້ອມໃຫ້ຄວາມສະດວກ ໃນການຈັບຈ່າຍແກ່ລູກຄ້າ ທຸກເພດ ທຸກໄວ ເປີດບໍລິການ ຕັ້ງແຕ່ ວັນຈັນເຖິງວັນອາທິດ ເວລາ 6:00 ໂມງເຊົ້າ ຮອດ 24:00 ໂມງກາງຄືນ, ເປັນຮ້ານມີນີມາກ ທີ່ມີຄວາມແຕກຕ່າງ ຈາກຮ້ານອື່ນໆ ເຊັ່ນ ວ່າມີຄວາມທັນສະໄໝ, ການຂາຍ ເນັ້ນໃຫ້ຄວາມວ່ອງໄວ, ໃຫ້ຄວາມໜັ້ນໃຈ ແກ່ລູກຄ້າ, ໂດຍມີການຄືນກຳໄລໃຫ້ລູກຄ້າ ໂດຍການແຈກລາງວັນ ສະສົມແຕ້ມໃນການຊື້ ກໍຈະໄດ້ລາງວັນ. ລາຄາມີຄວາມຢຸດຕິທຳ, ໃຫ້ຄວາມສະດວກແກ່ລູກຄ້າເປັນຫຼັກ ແລະ ລະບົບການຂາຍໃຊ້ລະບົບຄອມພີວເຕີ້, ບາໂຄດທັງໜົດ, ເປັນຮ້ານທີ່ໄດ້ມາດຖານ.
ສິ່ງທັງຫມົດດັ່ງກ່າວ ໄດ້ມີສ່ວນເຮັດໃຫ້ຄວາມນິຍົມ ໃນການໃຊ້ບໍລິການ ຂອງບັນດາລູກຄ້າ ມີແນວໂນ້ມເພີ້ມຂື້ນ ຕະຫຼອດຊ່ວງໄລຍະເວລາທີ່ຜ່ານມາ. ພວກເຮົາມີຄວາມຍິນດີຕ້ອນຮັບທຸກທ່ານ ທີ່ເຂົ້າມາໃຊ້ບໍລິການດ ້ວຍມິດໄມຕີ. ຂໍຂອບໃຈ
|
|